ໂດຍຕອບສະຫນອງຕາມຄໍາເຊີນຂອງທ່ານ ດໍາດິງກິນ ເດມເບເຣັນ (DUMDINGGIN DEMBEREL), ປະທານສະພາຄູຣານໃຫຍ່ແຫ່ງມົງໂກນ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມສັນຖະວະ ໄມຕີຢ່າງເປັນທາງການທີ່ປະເທດມົງໂກນໃນລະ ຫວ່າງວັນທີ 23-29 ກຸມພາ 2012.
ອ່ານເພິ່ມເຕິມ...












ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ມາເລຍ ລູເມັນ ເບອິດເລຕ້າ (Ms Maria Lumen B.Isletar) ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປລາວ ຄົນໃໝ່ ໃນວັນທີ 14 ກຸມພາ 2012 ທີ່ສະພາແຫ່ງຊາດ.



