ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານສິງກະໂປ ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບວິທະຍາໄລທຸລະກິດ ລາວ-ສິງກະໂປ ຈັດຝຶກອົບຮົມໄລຍະສັນພາສາອັງກິດ ສຳລັບກອງປະຊຸມລະດັບສາກົນ ໃຫ້ພະນັກງານອ້ອມຂ້າງ ສະພາແຫ່ງຊາດ ຂື້ນທີ່ສະພາແຫ່ງຊາດ. ຊຸດຝຶກອົບຮົມຄັ້ງນີ້ໄດ້ອອກແບບຫຼັກສູດສະເພາະ ເພື່ອເພີ່ມຂີດຄວາມສາມາດໃນການໃຊ້ພາສາອັງກິດ







ພະນະ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດໄດ້ຕ້ອນຮັບພະນະທ່ານ ລາສໂລວີຊີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາ ລະນະລັດ ຮົງກາລີ ປະຈຳລາວ ເຂົ້າຢ້ຽມ ຂໍ່ານັບອຳລາໃນຕອນບ່າຍວັນທີ 14 ພຶດສະພານີ້ທີ່ຫໍ່ຄຳ ແລະ ທີ່ສະພາແຫ່ງຊາດ. ໃນໂອກາດເຂົ້າຢ້ຽມ ຂໍ່ານັບອຳລາ ຜູ້ນຳລາວເຮົາ,ທ່ານທູດຮົງກາລີກໍ່ໄດ້ຮັບຄຳຊົມເຊີຍໃນຖານະເປັນ
ກອງປະຊຸມລະຫວ່າງກາງກອງສະໄໝສາມັນຂອງສະພາແຫ່ງຊາດ ທີ່ດຳເນີນມາເປັນເວລາ 4 ວັນ ຕອນບ່າຍວັນທີ 10 ພຶດສະພາ 2012 ໄດ້ອັດລົງດ້ວຍ ຜົນສຳເລັດໃຫ້ກຽດກ່າວປິດໂດຍທ່ານ ດຣ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ. ຕະຫລອດໄລຍະ 4 ວັນ ຂອງການດຳເນີນກອງປະຊຸມດ້ວຍບັນຍາກາດເຄັ່ງຮ້ອນ ແລະ ມີຄວາມຮັບຜິດຊອບສູງ, ບັນດາຜູ້ແທນໄດ້ພ້ອມກັນປຶກສາຫາລື ແລກປ່ຽນຄຳຄິດເຫັນ
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ມິນຟາມ ຜູ້ຕາງ ໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບບັນຫາຜົນເດັ່ນ ໃນໂຄງການຮ່ວມມືລະຫວ່າງ ສະມາຊິກສະພາແຫ່ງຊາດ ແລະອົງການ SELNA ຊຶ່ງພິທີຕ້ອນຮັບດັ່ງກ່າວໄດ້ຈັດຂື້ນໃນຕອນບ່າຍ ວັນທີ 10 ພຶດສະພາ 2012 ທີ່ສະພາ ແຫ່ງຊາດ.
ການດຳເນີນກອງປະຊຸມລະຫວ່າງກາງສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ໃນມື້ທີສອງ ວັນທີ 8 ພຶດສະພາ 2012 ໂດຍເປັນປະທານ ຂອງທ່ານ ສ.ຈ ດາວອນ ຫວ່າງວິຈິດ, ປະທານກຳມາທິການກົດໝາຍຂອງສະພາແຫ່ງຊາດ ບັນດາຜູ້ແທນໄດ້ຄົ້ນຄວ້າປະກອບຄຳຄິດເຫັນ ຢ່າງກົງໄປກົງມາ
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງສະຫາຍ ແຊແທບ໋ອກ, ກຳມະ ການ ກົມການເມືອງສູນກາງພັກແຮງງານເກົາຫຼີ, ເລຂາທິການສູນກາງພັກ, ປະທານສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫຼີ; ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ໄປຢ້ຽມຢາມສັນຖະວະໄມຕຣີຢ່າງເປັນທາງການ



